ຂໍ້ມູນຈາກ Bitbo.io ແລະ Cointelegraph ລາຍງານວ່າ ໃນປີ 2025 ລັດຖະບານຫຼາຍປະເທດຖືຄອງ Bitcoin ຈຳນວນຫຼາຍ ສະທ້ອນບົດບາດໃໝ່ຂອງຄຣິບໂຕໃນລະບົບການເງິນໂລກ. 5 ອັນດັບທຳອິດມີ:
1. ສະຫະລັດ – ຖືຄອງກວ່າ 207,000 BTC ມູນຄ່າປະມານ 24 ພັນລ້ານໂດລາ ຫຼື 0.99% ຂອງອຸປະທານ Bitcoin ໂລກ ສ່ວນໃຫຍ່ຈາກການຍຶດຊັບຄະດີໄຊເບີ ເຊັ່ນ Silk Road ແລະ Bitfinex Hack ລັດຖະບານຈັດເກັບໃນຄັງສິນທະພາບດິຈິຕອນ ແລະບາງສ່ວນນຳອອກປະມູນ
2. ຈີນ – ຖືຄອງປະມານ 194,000 BTC ມູນຄ່າ 23 ພັນລ້ານໂດລາ ຈາກຄະດີ PlusToken ແມ່ນຈີນຄວບຄຸມຄຣິບໂຕແຕ່ຍັງຖືຄອງຕໍ່ເນື່ອງ

3. ສະຫະລາຊະອານາຈັກ – ຖືຄອງ 61,000 BTC ມູນຄ່າກວ່າ 7.3 ພັນລ້ານໂດລາ ຈາກການຍຶດຊັບຄະດີຟອກເງິນ
4. ຢູເຄຣນ – ຖືຄອງ 46,351 BTC ມູນຄ່າປະມານ 5.6 ພັນລ້ານໂດລາ ສ່ວນໃຫຍ່ຈາກການບໍລິຈາກໃນຊ່ວງສົງຄາມລັດເຊຍ–ຢູເຄຣນ
5. ພູຖານ – ຖືຄອງ 12,000–13,000 BTC ມູນຄ່າ 1.1–1.4 ພັນລ້ານໂດລາ ລົງທຶນຂຸດດ້ວຍພະລັງງານສະອາດຜ່ານ Druk Holding & Investments

ແນວໂນ້ມແລະຜົນກະທົບ
ນັກວິເຄາະຊີ້ວ່າ ການຖືຄອງ Bitcoin ໂດຍລັດຖະບານເພີ່ມຂຶ້ນ ສະທ້ອນບົດບາດໃໝ່ຂອງຄຣິບໂຕໃນຖານະ “ຊັບສິນຍຸດທະສາດ” ທ່າມກາງຄວາມຜັນຜວນເສດຖະກິດໂລກ ແລະການປ່ຽນແປງລະບົບການເງິນ.


