ວຽກທົ່ວໂລກໃນປີ 2026 ບໍ່ແມ່ນຍ້ອນ “ຕົວວຽກທີ່ປ່ຽນ” ອີກຕໍ່ໄປ ແຕ່ມັນໄດ້ກາຍເປັນໂລກທີ່ “AI ຄັດເລືອກຄົນ” ແລ້ວ. ທ່ານໃດທີ່ໃຊ້ AI ເກັ່ງ ຮູ້ຈັກດຶງເອົາເຄື່ອງມືເຫຼົ່ານີ້ມາເສີມຄຸນຄ່າຕົນເອງ ກໍຈະຍິ່ງກ້າວໜ້າໄປໄວ. ແຕ່ທ່ານໃດທີ່ຍັງປ່ອຍເວລາຜ່ານໄປໂດຍບໍ່ປັບຕົວ ກໍຈະຖືກທ່ວງໄວ້ຂ້າງຫຼັງຊ້າໆ ໂດຍບໍ່ຮູ້ຕົວ. ປະກົດການນີ້ນັກວິຊາການເອີ້ນວ່າ “K-Shape” ຄືຊ່ອງຫວ່າງລະຫວ່າງຄົນສອງກຸ່ມທີ່ກຳລັງຂະຫຍາຍກວ້າງຂຶ້ນທຸກມື້.
ສິ່ງທີ່ໜ້າກັງວົນຕື່ມອີກຄື ທັກສະທີ່ພວກເຮົາມີຢູ່ໃນມືຕອນນີ້ ອາດໝົດອາຍຸໄວກວ່າທີ່ຄິດ. ຂໍ້ມູນຈາກ World Economic Forum ຊີ້ວ່າ 70% ຂອງທັກສະທີ່ຕ້ອງການໃນຕະຫຼາດແຮງງານຈະປ່ຽນໄປໝົດພາຍໃນປີ 2030 ໂດຍ AI ເປັນຕົວເລັ່ງຫຼັກ. ນີ້ໝາຍຄວາມວ່າທຸກຄົນ ບໍ່ວ່າຈະເປັນພະນັກງານຫ້ອງການ ນັກທຸລະກິດ ຫຼື ຜູ້ບໍລິຫານ ລ້ວນຕ້ອງຮຽນຮູ້ສິ່ງໃໝ່ໆຢ່າງຕໍ່ເນື່ອງ ບໍ່ສາມາດຢູ່ເສີຍໆໄດ້ອີກຕໍ່ໄປ.
ໃນຂະນະດຽວກັນ ອົງກອນຕ່າງໆກໍກຳລັງຫຼຸດຂະໜາດລົງ ໃຊ້ຄົນໜ້ອຍລົງ ແຕ່ຄາດຫວັງຜົນງານຫຼາຍຂຶ້ນ. ຄົນທີ່ຍັງຢູ່ຈຶ່ງຕ້ອງຮັບຜິດຊອບກວ້າງຂຶ້ນ ທຳງານໜັກຂຶ້ນ ທ່າມກາງໂຄງສ້າງອົງກອນທີ່ຫຼຸດລົງ. ສະພາບນີ້ໃກ້ຄຽງຫຼາຍກັບສິ່ງທີ່ຄົນລາວໄວທຳງານກຳລັງປະເຊີນໜ້ານຳ ທີ່ຕ້ອງດູແລທັງຄອບຄົວ ທັງໜ່ວຍງານ ທ່າມກາງຄວາມກົດດັນທີ່ເພີ່ມຂຶ້ນທຸກປີ.
ເລື່ອງອີກຢ່າງໜຶີ່ງ ທີ່ຄົນມັກລືມຄືສຸຂະພາບຈິດ. WHO ລາຍງານວ່າທົ່ວໂລກສູນເສຍມື້ເຮັດວຽກຫຼາຍເຖິງ 12 ພັນລ້ານມື້ຕໍ່ປີ ຈາກພາວະຊຶມເສົ້າ ແລະ ຄວາມກັງວົນໃຈ ຄິດເປັນຄ່າເສຍຫາຍກວ່າ 1 ລ້ານລ້ານໂດລາສະຫະລັດ. Burnout ຈຶ່ງບໍ່ແມ່ນເລື່ອງສ່ວນຕົວຂອງໃຜຄົນໜຶ່ງ ແຕ່ເປັນບັນຫາຂອງທຸລະກິດໂດຍກົງ ອົງກອນທີ່ບໍ່ໃສ່ໃຈສຸຂະພາບຈິດຂອງພະນັກງານ ໃນທີ່ສຸດກໍຈ່າຍລາຄາຜ່ານຜົນງານທີ່ຫຼຸດລົງ.
ທາງລອດທີ່ນັກຄິດດ້ານທຸລະກິດກຳລັງຊີ້ທາງອອກໃຫ້ຄືແນວຄິດ “Work Life Intelligence” ຊຶ່ງໝາຍຄວາມວ່າ ຄົນທຳງານຍຸກໃໝ່ຕ້ອງ “ເກັ່ງທັງສອງດ້ານ” ໄປພ້ອມກັນ ທັງດ້ານການທຳວຽກກັບ AI ໃຫ້ໄດ້ຜົນ ແລະ ດ້ານການຈັດການຊີວິດຕົນເອງໃຫ້ລົງຕົວ. ສຳລັບຄົນລາວ ໂດຍສະເພາະໃນວຽງຈັນທີ່ດິຈິຕອນ ແລະ ທຸລະກິດກຳລັງຂະຫຍາຍຕົວ ການ Upskill ດ້ານ AI ບໍ່ແມ່ນທາງເລືອກອີກຕໍ່ໄປ ແຕ່ເປັນຄວາມຈຳເປັນທີ່ຄວນເລີ່ມຕົ້ນຕັ້ງແຕ່ວັນນີ້.


